ຣັດເຊຍ-ກູບາ ໃຫ້ຄຳໝັ້ນສັນຍາສືບຕໍ່ເພີ່ມທະວີ ການພົວພັນຮ່ວມມືແບບມິດຕະພາບ
ຕາມຂ່າວສານຊິນຮວາລາຍ ງານວັນທີ 14 ມິຖຸນາ ນີ້ ວ່າ: ທ່ານ ວະລາດີເມຍ ປູຕິນ ປະທານາທິບໍດີ ຣັດເຊຍ ແລະ ທ່ານ ມານູເອວ ມາຣີໂຣ ນາຍົກ ລັດຖະ ມົນຕີ ກູບາ ໄດ້ປະຕິຍານໃນວັນພຸດນີ້ວ່າ ຈະລົງເລິກການຮ່ວມມືສອງຝ່າຍ. ທ່ານ ປູຕິນ ກ່າວໃນລະຫວ່າງການພົບປະຢູ່ທຳນຽບເຄຣມລິນວ່າ: "ບໍ່ຈຳເປັນຕ້ອງ ເນັ້ນຫນັກເຖິງລັກສະນະພິເສດ, ສຳລັບພັນທະມິດ ທີ່ມີມາຍາວນານຂອງການພົວພັນຂອງພວກເຮົາທີ່ໄດ້ປະກົດຕົວໃນຫຼາຍສິບປີ". ການພົວພັນ ຣັດເຊຍ-ກູບາ ພວມຂະຫຍາຍຕົວຢ່າງຕໍ່ເນື່ອງ, ເຖິງແມ່ນຈະມີຄວາມຫຍຸ້ງຍາກ, ການຮ່ວມມືສອງຝ່າຍຄວນພັດທະນາໃນຂົງເຂດທີ່ກວ້າງຂວາງ, ໃນນັ້ນມີ ດ້ານພະລັງງານ ແລະ ການທ່ອງທ່ຽວ. ທ່ານ ປູຕິນ ຍັງກ່າວຕື່ມອີກວ່າ: ກູບາ ດຳລົງຊີວິດຢູ່ພາຍໃຕ້ການລົງໂທດທີ່ຜິດກົດໝາຍເປັນເວລາຫຼາຍທົດສະວັດ, ປະ ຊາຊົນກູບາ ກໍຕົກ ຢູ່ໃນຄວາມຫຍຸ້ງຍາກລຳບາກ. ສຳລັບຣັດເຊຍ, ພວກເຮົາຈະເຮັດຈົນສຸດຄວາມສາມາດເພື່ອໃຫ້ການຮ່ວມມືດ້ານເສດຖະກິດຂອງສອງຝ່າຍຜ່ານຜ່າຄວາມຫຍຸ້ງ ຍາກໃນຄັ້ງນີ້ໄປໃຫ້ໄດ້. ທ່ານ ມາຣີໂຣ ກ່າວວ່າ: ເພື່ອຜັນຂະຫຍາຍບັນດາໂຄງການຮ່ວມມືລະຫວ່າງ 2 ປະເທດ, ວຽກງານຫຼາຍດ້ານພວມດຳເນີນໄປຕາມຂັ້ນ ຕອນ. ພວກຂ້າພະ ເຈົ້າດີໃຈທີ່ສຸດ ຕໍ່ຈັງຫວະການພົວພັນຂອງພວກເຮົາເຄື່ອນໄຫວ, ການພົວພັນດ້ານການຄ້າ ແລະເສດຖະກິດ ໄດ້ຮັບການຍົກສູງຂຶ້ນໃນລະ ດັບດຽວກັນກັບການພົວ ພັນດ້ານການເມືອງ. ຫຼັງຈາກຢ້ຽມຢາມມົດສະກູແລ້ວ, ທ່ານນາຍົກ ລັດຖະມົນຕີກູບາ ຈະເດີນທາງໄປຍັງນະຄອນໃຫຍ່ອັນດັບສອງ ຂອງຣັດເຊຍເພື່ອເຂົ້າຮ່ວມເວທີປາໄສເສດຖະກິດສາກົນ.
ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 19/06/2023